ສະມາຄົມນັກທຸລະກິດໜຸ່ມແຂວງບໍ່ແກ້ວ
ສະມາຄົມນັກທຸລະກິດໜຸ່ມແຂວງບໍ່ແກ້ວ

ພິທີເປີດນໍາໃຊ້ຫ້ອງການ ແລະ ຮ້ານກາເຟ ຂອງສະມາຄົມນັກທຸລະກິດໜຸ່ມແຂວງບໍ່ແກ້ວ ໄດ້ຈັດຂຶ້ນໃນວັນທີ 3 ສິງຫາ 2025, ໂດຍການເຂົ້າຮ່ວມຂອງທ່ານ ເຄື່ອນເພັດ ວົງຈັນ ຮອງເຈົ້າແຂວງບໍ່ແກ້ວ

 


    ສະມາຄົມນັກທຸລະກິດໜຸ່ມແຂວງບໍ່ແກ້ວ ເປີດນໍາໃຊ້ຫ້ອງການ ແລະ ຮ້ານກາເຟ
         ພິທີເປີດນໍາໃຊ້ຫ້ອງການ ແລະ ຮ້ານກາເຟ ຂອງສະມາຄົມນັກທຸລະກິດໜຸ່ມແຂວງບໍ່ແກ້ວ ໄດ້ຈັດຂຶ້ນໃນວັນທີ 3 ສິງຫາ 2025, ໂດຍການເຂົ້າຮ່ວມຂອງທ່ານ ເຄື່ອນເພັດ ວົງຈັນ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ດາລີວັນ ພູສະຫວັນ ປະທານແນວລາວສ້າງຊາດແຂວງ, ມີບັນດາຫົວໜ້າ-ຮອງຫົວໜ້າພະແນກການ, ອົງການ ທີ່ກ່ຽວຂ້ອງ, ຄະນະດ່ານທ້ອງຖິ່ນຫ້ວຍຊາຍ, ສະພາການຄ້າ-ອຸດສາຫະກຳແຂວງ, ແລະ ສະມາຊິກສະມາຄົມນັກທຸລະກິດໜຸ່ມເຂົ້າຮ່ວມ.
ທ່ານ ນາງ ນົງລັກ ວິໄລສັກ ປະທານສະມາຄົມນັກທຸລະກິດໜຸ່ມ ໄດ້ກ່າວວ່າ: ຫ້ອງການຂອງສະມາຄົມນັກທຸລະກິດໜຸ່ມແຂວງບໍ່ແກ້ວ ຕັ້ງຢູ່ດ່ານທ້ອງຖິ່ນຫ້ວຍຊາຍ ເຂດທ່າເຮືອບັກ ບ້ານຂອນແກ້ວ ເມືອງຫ້ວຍຊາຍ ປະກອບມີຫ້ອງປະຊຸມ, ຫ້ອງເຮັດວຽກຂອງພະນັກງານ, ຮ້ານຂາຍເຄື່ອງ ແລະ ຮ້ານກາເຟ ທັງນີ້ກໍ່ເພື່ອສະດວກໃຫ້ແກ່ນັກທ່ອງທ່ຽວ, ພໍ່ແມ່ປະຊາຊົນ ແລະ ຜູ້ທີ່ເດີນທາງຜ່ານໄປ-ມາ ມີບ່ອນນັ່ງພັກເຊົາ, ຈິບກາເຟ, ຊົມວິວ ແລະ ຍັງມີໂຊນວາງຂາຍສິນຄ້າໂອດັອບຂອງແຂວງ ເພື່ອເປັນຈຸດໜຶ່ງທີ່ຊ່ວຍໃນການຈຳໜ່າຍສິນຄ້າໂອດັອບ ໃຫ້ກັບຜູ້ປະກອບການ ໄດ້ເອົາມາວາງຂາຍ ທີ່ເປັນຂອງຝາກເຄື່ອງຕ້ອນ ທີ່ເປັນເອກະລັກຂອງແຂວງ ໃຫ້ກັບແຂກພາຍໃນ ແລະ ຕ່າງປະເທດ.
ນອກນີ້ສະມາຄົມນັກທຸລະກິດໜຸ່ມໄດ້ຮັບອະນຸມັດໃຫ້ສຳປະທານໂຄງການບໍ່ແກ້ວແລກມາກ ໃນເນື້ອທີ 5 ເຮັກຕາ (ຕິດແຄມຂອງ) ການພັດທະນາສ້າງເປັນແຫຼ່ງທ່ອງທ່ຽວ ແລະ ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າທ່ຽວແຂວງບໍ່ແກ້ວໃຫ່ຫຼາຍຂຶ້ນ.
ໂອກາດນີ້, ທ່ານ ເຄື່ອນເພັດ ວົງຈັນ ຮອງເຈົ້າແຂວງບໍ່ແກ້ວ ມີຄໍາເຫັນຕໍ່ພິທີດັ່ງກ່າວ ສະມາຄົມນັກທຸລະກິດໜຸ່ມແຂວງບໍ່ແກ້ວ ຈົ່ງພ້ອມກັນສາມັກຄີເປັນຈິດໜຶ່ງໃຈດຽວ ແລະ ຂະຫຍາຍສະມາຊິກໃຫ້ໄດ້ຫຼາຍຂຶ້ນ, ພ້ອມກັນປຸກລະດົມທຶນເຂົ້າໃນການຈັດຕັ້ງປະຕິບັດໂຄງການບໍ່ແກ້ວແລນມາກ, ສ້າງທ່າເຮືອແຫ່ງນີ້ໃຫ້ກາຍເປັນສະຖານທີ່ທ່ອງທ່ຽວແຫ່ງໜຶ່ງທີ່ເປັນເອກະລັກ ເປັນຈຸດດຶງດູດໃຫ້ນັກທ່ອງທ່ຽວເຂົ້າມາທ່ຽວຊົມ, ຢ້ຽມຢາມ ນັບມື້ຫຼາຍຂຶ້ນ ສ້າງລາຍຮັບໃຫ້ແກ່ແຂວງ ກໍ່ຄືສ້າງລາຍຮັບໃຫ້ສະມາຄົມນັກທຸລະກິດໜຸ່ມໃຫ້ມີກອງທຶນທີ່ເຂັ້ມແຂງ ແລະ ການໂຄສະນາປຸກລະດົມໃຫ້ຜູ້ປະກອບການ, ຜູ້ຜະລິດສິນຄ້າໂອດັອບຂອງແຂວງບໍ່ແກ້ວເຂົ້າມາວາງຂາຍ, ເປັນການສ້າງຄຸນນະພາບໃຫ້ກັບສິນຄ້າໂອດັອບຂອງແຂວງໃຫ້ມີຄຸນນະພາບດີ, ສືບຕໍ່ຈັດຕັ້ງປະຕິບັດໂຄງການທີ່ສະມາຄົມນັກທຸລະກິດໜຸ່ມໄດ້ຮັບອະນຸມັດໃຫ້ສຳປະທານ ແລະ ໄດ້ຮັບການຈັດຕັ້ງປະຕິບັດ ໂດຍສະເພາະແມ່ນໂຄງການຂຸດຄົ້ນແກ້ວແບບຫັດຖະກຳ ຕິດພັນກັບການທ່ອງທ່ຽວ ເຊິ່ງເປັນຈຸດໜຶ່ງທີ່ຈະສ້າງແຫຼ່ງທ່ອງທ່ຽວທີ່ເປັນເອກະລັກຂອງແຂວງບໍ່ແກ້ວ ແລະ ຮີບຮ້ອນສຶກສາຄວາມເປັນໄປໄດ້ຂອງໂຄງການ ເພື່ອໃຫ້ມີຄວາມຄືບໜ້າໃນການພັດທະນາ.
 Bokeo Provincial Young Businessmen Association opens office and coffee shop
        Opening ceremony of the office and cafeThe Young Businessmen Association of Bokeo Province was held on August 3, 2025, with the participation of Mr. Danhphet Vongchan, Deputy Governor of Bokeo Province, Mr. Dalivanh Phousavanh, President of the Lao Front for National Construction, heads and deputy heads of departments, related organizations, the Houay Xai Local Border Committee, the Provincial Chamber of Commerce and Industry, and members of the Young Businessmen Association.
Ms. Nonglak Vilaysak, President of the Young Businessmen Association, said: The office of the Young Businessmen Association of Bokeo Province is located at the Huay Xai local checkpoint, Tha Heua Bak area, Khon Kae village, Huay Xai district. It includes a meeting room, staff offices, a shop and a cafe. This is for the convenience of tourists, parents and those passing by, who have a place to rest, sip coffee, enjoy the view, and there is also a zone for selling provincial souvenirs to help entrepreneurs sell souvenirs that are unique to the province to domestic and foreign guests.
In addition, the Young Businessmen Association has been approved to grant a concession for the Bokeo Lak Mak project on an area of ​​5 hectares (along the Mekong River) to develop it into a tourist destination and attract more domestic and foreign tourists to Bokeo Yai province.
On this occasion, Mr. Nathphet Vongchan, Deputy Governor of Bokeo Province, commented on the ceremony. The Young Businessmen Association of Bokeo Province should unite as one and expand its membership, and together raise funds to implement the Bokeo Landmark project, to make this port a unique tourist attraction that attracts more and more tourists to visit and visit, generating income for the province, as well as generating income for the Young Businessmen Association to have a strong fund and to promote and promote entrepreneurs and manufacturers of Bokeo province's otodox products to sell, thus creating quality for the province's otodox products to be of good quality, continuing to implement projects that the Young Businessmen Association has approved for concession and has been implemented, especially the handicraft glass mining project linked to tourism, which is one of the points that will create a unique tourist destination in Bokeo province, and urgently studying the feasibility of the project to make progress in development.
 博胶省青年商人协会开设办公室和咖啡店
        办公室和咖啡厅开业典礼博胶省青年商人协会会议于2025年8月3日举行,博胶省副省长丹佩·翁占先生、老挝建国阵线主席达利万·普萨万先生、各部门负责人和副负责人、相关组织、会赛地方边境委员会、省工商会以及青年商人协会成员出席了会议。
青年商人协会主席农拉·维莱萨女士表示:“博胶省青年商人协会的办公地点位于会晒县孔开村塔赫巴克地区的会晒地方检查站。办公地点设有会议室、员工办公室、商店和咖啡馆。这是为了方便游客、家长和过路人员休息、喝咖啡、欣赏风景。此外,还设有省级纪念品销售区,方便企业家向国内外游客销售本省特色纪念品。
此外,青年商人协会已获批准授予占地5公顷(沿湄公河)的Bokeo Lak Mak项目特许权,以将其发展成为旅游胜地,吸引更多国内外游客前往Bokeo Yai省。
值此之际,博胶省副省长纳特菲·翁昌先生在仪式上致辞。博胶省青年商人协会应团结一致,扩大会员规模,共同筹集资金实施博胶地标项目,使该港口成为独特的旅游景点,吸引越来越多的游客前来参观,为该省创造收入,同时也为青年商人协会创造收入,使其拥有强大的资金,并促进和推广博胶省otodox产品的企业家和制造商的销售,从而为该省otodox产品创造良好的质量,继续实施青年商人协会批准的特许经营项目并已实施,特别是与旅游业相结合的手工艺玻璃开采项目,这是将博胶省打造为独特旅游目的地的重点之一,并紧急研究该项目的可行性,以推动发展。





Post a Comment

Previous Post Next Post